ກ່ຽວກັບເຮົາ

ໜັ້າຫຼັກ > ກ່ຽວກັບເຮົາ

ກ່ຽວກັບເຮົາ

ປະຫວັດຄວາມເປັນມາຂອງມະຫາວິທະຍາໄລ ຊົນເຜົ່າກຸຍໂຈ ໂດຍສັງເຂບ

ແຫຼ່ງຂ່າວ: xxxວັນທີ: 2019-11-28

ມະຫາວິທະຍາໄລຊົນເຜົ່າກຸຍໂຈ ໄດ້ຮັບການສ້າງຕັ້ງຂື້ນໃນຄັ້ງວັນທີ 17 ພຶດສະພາ 1951, ພາຍໃຕ້ການຊີນໍາຂອງລັດຖະບານແຂວງກຸຍໂຈ, ເປັນຫນຶ່ງໃນວິທະຍາໄລຊົນເຜົ່າທີ່ສ້າງຂື້ນມາເປັນເວລາດົນ ນານ, ເປັນສະຖາບັນຊັ້ນສູງ ທີ່ແຂວງກຸຍໂຈໃຫ້ຄວາມສໍາຄັນ ແລະ ທັງເປັນມະຫາວິທະຍາໄລທີ່ລັດຖະບານແຂວງກຸຍໂຈ ແລະ ຄະນະກໍາມະການສະຖາບັນຊັ້ນສູງຂອງປະເທດຈີນຮ່ວມກັນກໍ່ສ້າງ, ວຽກງານຫລັກສຸດລະດັບປະລິນຍາຕີແມ່ນ ໄດ້ຮັບການຍ້ອງຍໍປະເພດດີເດັ່ນ ຈາກກະຊວງສຶກສາທິການຂອງຈີນ ແລະ ເປັນຫນຶ່ງສະຖາບັນຊັ້ນສູງທີ່ໄດ້ຮັບການສະຫນັບສະຫນູນທຶນການສຶກສາໃຫ້ແກ່ນັກສຶກສາຕ່າງປະເທດຈາກລັດຖະບານຈີນ.

ມະຫາວິທະຍາໄລ ຊົນເຜົ່າກຸຍໂຈປະກອບມີ 2 ວິທະຍາເຂດຄື: ວິທະຍາເຂດເກົ່າແມ່ນວິທະຍາເຂດຫົວຊີ ແລະ ວິທະຍາເຂດໄຫມ່ແມ່ນວິທະຍາເຂດກຸຍອານ. ວິທະຍາເຂດເກົ່າມີພື້ນທີ່ທັງຫມົດປະມານ 88 ເຮັກຕາ ແລະ ວິທະຍາເຂດໄຫມ່ມີພື້ນທີ່ທັງຫມົດປະມານ 100 ເຮັກຕາ.ອາຄານຂອງໂຮງຮຽນກວມເອົາ ປະມານ 750,000 ຕາແມັດ. ຫໍສະມຸດມີປຶ້ມໃຫ້ບໍລິການປະມານ 2,140,000 ຫົວ, ຫນັງສືເອເລັກໂທນິກປະມານ 1,150,000 ຫົວ, ຊັບພະຍາກອນເອເລັກໂທນິກມີ 33TB, ວາລະສານເອເລັກໂທນິກມີ 160,000 ກວ່າຊະນິດ.

ມະຫາວິທະຍາໄລ ຊົນເຜົ່າກຸຍໂຈປະກອບມີ 87 ຫລັກສູດປະລິນຍາຕີ, ມີ 10 ຫລັກສູດວິທະຍາ ສາດທຽບເທົ່າປະລິນຍາໂທ, ຫລັກສູດປະລິນຍາໂທມີ 9 ເຫລັກສູດ, 1 ຫລັກສູດປະລິນຍາເອກ, ມີສູນ ເຮັດວຽກສໍາລັບ ປະລິນຍາໂທ 6 ສູນ ໄວ້ສໍາລັບຮອງຮັບນັກສຶກສາ 11 ແຂວງທົ່ວປະເທດ (ເມືອງ ແລະ ຂົງເຂດການປົກຄອງ), ປັດຈຸບັນມີນັກຮຽນທັງຫມົດແມ່ນ 21,516 ຄົນ. ນອກຈາກນັ້ນ, ຍັງມີການຮ່ວມມືການສຶກສາກັບບັນດາໂຮງຮຽນເອກະຊົນໃນລະດັບປະລິນຍາຕີມີນັກຮຽນທັງຫມົດຈໍານວນ11,013 ຄົນ.

ມະຫາວິທະຍາໄລຊົນເຜົ່າກຸຍໂຈປະກອບມີ 19 ຄະນະຄື:ຄະນະບໍລິຫານທຸລະກິດ,ຄະນະກົດໝາຍ,ຄະນະສັງຄົມ ແລະ ຊົນເຜົ່າສາດ, ຄະນະທິດສະດີມາກ-ເລນິນ, ຄະນະວັດທະນາທໍາແລະ ວິທະຍາສາດ ທາງປັນຍາ, ຄະນະພາສາສາດ, ຄະນະພາສາຕ່າງປະເທດ, ຄະນະສື່ມ່ວນຊົນ, ຄະນະວິທະຍາສາດແລະ ເຕັກໂນໂລຊີການສື່ສານ, ຄະນະວິສະວະກໍາກົນຈັກ ແລະ ໄຟຟ້າ, ຄະນະວິສະວະກໍາເຄມີ (ຄະນະການຢາຊົນເຜົ່າ), ຄະນະວິສະວະກໍາສິ່ງແວດລ້ອມ, ຄະນະວິທະຍາສາດ ແລະ ວິສະວະກໍາສາດ, ຄະນະສະຖາປັດ, ຄະນະບໍລິຫານການທ່ອງທ່ຽວ ແລະ ບໍລິການການບິນ, ຄະນະສິນລະປະດົນຕີ ແລະ ຟ້ອນ,ຄະນະສິນລະປະ, ຄະນະສຶກສາ ແລະ ສຸຂະພາບ ປະກອບມີ: ຄະນະກຽມອຸດົມສຶກສາ, ຄະນະວິຊາຊີບຊື່ມຕໍ່, ຄະນະປະລິນຍາໂທ. ຄະນະນັກສຶກສາຕ່າງປະເທດປະກອບມີ: ຮ່ວມມືກັບຄະນະມະສຸດສາດ ແລະ ເຕັກໂນໂລຊີຂອງເອກະຊົນ,ມີສູນຂໍມູນຂ່າວສານ, ມີສູນຝຶກອົບຮົມ, ມີຫໍສະມຸດ ແລະ ມີວາລະສານເພື່ອສົ່ງເສີມການສຶກສາເຫລົ່ານີ້ເປັນຕົ້ນ.

ມະຫາວິທະຍາໄລ ມີລະບົບໂຄງຮ່າງທີ່ເປັນລະບົບ, ມີກ້ອນກໍາລັງ ແລະ ແນວໂນ້ມໃນການພັດທະນາ, ປັດຈຸບັນມີພະນັກງານທັງຫມົດ 1571 ຄົນ, ໃນນີ້ມີອາຈານສອນຈໍານວນ 1069 ຄົນ, ຜູ້ມີຕໍ່າແໜ່ງ ສູງຈໍານວນ 180 ຄົນ, ຜູ້ຊ່ວຍຜູ້ມີຕໍາແຫນ່ງຈໍານວນ 563 ຄົນ. ປະລິນຍາເອກຈໍານວນ 281 ຄົນ, ປະລິນຍາໂທມີ 809 ຄົນ, ອາຈານຜູ້ສອນລະດັບປະລິນຍາໂທ ແລະ ປະລິນຍາເອກຈໍານວນ 431 ຄົນ ( ສາມາດຈັດລຽງຕາມລໍາດັບ)

ມະຫາວິທະຍາໄລ ແມ່ນໃຫ້ຄວາມສໍາຄັນຕໍ່ກັບການຮ່ວມມືພັດທະນາການສຶກສາກັບ ບັນດາສະຖາບັນຊັ້ນສູງຢູ່ທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ອາເມລິກາ, ຢີ່ນປຸ່ນ, ອອດສະເຕເລຍ, ນິວຊີແລນ, ສີງປະໂປ, ອັງກິດ, ຝຣັ່ງ, ເນເທີແລນ, ເກົ່າຫລີ, ມາເລເຊຍ, ຫົງກົງ, ມາເກົ່າ ແລະ ໄຕ້ຫວັນ. ພັດທະ ນາການແລກປ່ຽນນັກສຶກສາການສຶກສາ, ວຽກງານວິຊາການ, ການຝຶກອົບຮົມ ແລະ ການຮ່ວມທາງດ້ານວິທະຍາສາດກັບຕ່າງປະເທດເປັນຕົ້ນ. ປັດຈຸບັນໄດ້ມີນັກສຶກສາຕ່າງປະເທດເຂົ້າມາສຶກສາຢູ່ມະຫາວິທະຍາໄລຊົນເຜົ່າກຸຍໂຈ ມີ 23 ປະເທດ ຄື: ອາເມລິກາ, ເກົາຫລີ, ລັດເຊຍ, ລາວ, ກໍາປູເຈ, ຫວຽດນາມ, ຢີ່ປຸ່ນ, ໄທ ແລະ ເອຍິນເປັນຕົ້ນ ປະກອບມີຫລາຍກວ່າ 300 ຄົນ.

Copyright: Guizhou Minzu University