ຂັ້ນຕອນການສະໝັກ

ໜັ້າຫຼັກ > ຂັ້ນຕອນການສະໝັກ

ຂັ້ນຕອນການສະໝັກ

ຂັ້ນຕອນການສະໝັກ

ແຫຼ່ງຂ່າວ: xxxວັນທີ: 2019-11-28

(一) ການສະໝັກເຂົ້າຮຽນ

1. ຜູ້ສະໝັກທຶນຂອງລັກທະບານຈີນ, ກະລຸນາເຂົ້າໄປທີ່ເວັບໄຊນັກສຶກສາຕ່າງປະເທດຈີນ ຄະນະກໍາມະການຄຸ້ມຄອງກອງທຶນ (http://www.csc.edu.cn/Laihua/), ລົງທະບຽນແບບອອນໄລ, ພ້ອມດຽວກັນນີ້ແມ່ນຈະອີງຕາມຄວາມຕ້ອງການຂອງກະຊວງສຶກສາທິການ, ຫຼືສົ່ງເອກະສານເປັນລາຍ ລັກອັກສອນສະໝັກໄປຍັງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້.

2.ຜູ້ທີ່ສະໝັກບໍ່ແມ່ນທຶນຂອງລັດທະບານຈີນ,ກະລຸນາເຂົ້າໄປທີເວັບໄຊການແລກປ່ຽນ ແລະ ຮ່ວມ ມືສາກົນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້. (http://oic.gzmu.edu.cn) ດາວໂຫລດໃບສະໝັກນັກ ສຶກສາຕ່າງປະເທດມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້, ຂຽນລາຍລະອຽດແລ້ວລວມກັບເອກະສານສະໝັກ ອື່ນໆສົ່ງໄປຍັງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນຂອງມະຫາວິທະຍາໄລ ຫຼື ສະແກນແລ້ວສົ່ງໄປຍັງອີເມລgzmuadmission@sina.com, ຜູ້ທີ່ຕ້ອງການສະໝັກທຶນຂອງມະຫາວິທະຍາໄລ, ໃນເວລາດຽວກັນຕ້ອງດາວໂຫລດ«ໃບສະໝັກທຶນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້» ສົ່ງໄປຍັງຫ້ອງ ການການແລກປ່ຽນ ແລະ ຮ່ວມມືສາກົນ ຫຼື ສົ່ງໄປຍັງອີເມລ gzmuadmission@sina.com.

(二)​ ເວລາສະໝັກ

1.ເວລາສະໝັກທຶນຂອງລັດທະບານຈີນແມ່ນ ເດືອນ 2 ຫາເດືອນ 4 ຂອງທຸກປີ.

2.ເວລາສະໝັກບໍ່ແມ່ນທຶນຂອງລັດທະບານຈີນແມ່ນ ເດືອນ 3 ຫາເດືອນ 6 ຂອງທຸກປີ.

3.ຫຼັງຈາກເຂົ້າຮຽນນັກຮຽນສາມາດສະໝັກທຶນຂອງມະຫາວິທະຍາໄລໄດ້.

(三) ການກວດສອບຄຸນສົມບັດຜູ້ສະໝັກ

1.ການແລກປ່ຽນ ແລະ ຮ່ວມມືສາກົນໄດ້ຮັບເອກະສານຂອງຜູ້ສະໝັກແລ້ວ, ຈະກວດສອບໃນເວລາຕໍ່ ມາ, ແລ້ວຈະໄດ້ສົ່ງໃຫ້ມະຫາວິທະຍາໄລ ຫຼື ສະຖາບັນທີ່ກ່ຽວຂ້ອງຄິດພິຈາລະນາ.

2.ຖ້າຜູ້ສະໝັກໄດ້ຮັບການປະເມີນຈາກມະຫາວິທະຍາໄລ ຫຼື ສະຖາບັນທີກ່ຽວຂ້ອງ, ຜູ້ສະໝັກຕ້ອງເຂົ້າ ຮ່ວນ ແລະ ຜ່ານການປະເມີນຜົນ, ວິທີການປະເມີນເປັນຮູບປະທຳຈະແຈ້ງໃຫ້ຜູ້ສະໝັກຮັບຮູ້.

(四)ການອອກໃບຕອບຮັບ

ຫຼັງຜູ້ສະໝັກຜ່ານການກວດສອບຄຸນສົມບັດ ແລະ ການປະເມີນຜົນແລ້ວທາງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້ຈະສົ່ງເອກະສານໃຫ້ ຫຼື ສົ່ງໃຫ້ທາງອິນເຕີເນັດ ສໍາລັບນັກສຶກສາຕ່າງປະເທດຄືມີ«ໃບຕອບຮັບ»ແລະ«ໃບເຮັດວີຊ່ານັກສຶກສາຕ່າງປະເທດ»( JW202 )

ຜູ້ສະໝັກຕ້ອງປະກອບເອກະສານຄື (ໃບຕອບຮັບ), (ໃບຂໍເຮັດວີຊ່າ), ໃບກວດສຸຂະພາບ, ພັດສະປອດ ແລະ ເອກະສານອື່ນໆທີ່ກ່ຽວຂອງ ໄປສະຖານທູດຈີນ ແລະ ສະຖານກົງສຸນໃຫຍ່ເພື່ອຍື່ນຂໍວີຊ່າ.

(五)ການລົງທະບຽນລາຍງານຕົວ

ຜູ້ສະໝັກຕ້ອງນໍາເອົາເອກະສານໃບຕອບຮັບຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້ທີ່ອອກໃຫ້ນັກສຶກ ສາຕ່າງປະເທດ, ພັດສະປອດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງໄປຍື່ນທີ່ມະຫາວິທະຍາໄລຊົນເຜົ່າກຸ້ຍ ໂຈ້ສະຖາບັັນການສຶກສານານາຊາດ ເພື່ອລາຍງານຕົວຕາມເວລາທີກຳນົດ.

Copyright: Guizhou Minzu University