ຂ່າວ

ໜັ້າຫຼັກ > ຂ່າວ

ຂ່າວ

ໂຮງຮຽນເຮົາໄດ້ຮັບສູນການຄົ້ນຄວ້າປະເທດຕ່າງໆ ແລະ ພາກພື້ນຂອງ"ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຄະນະກໍາມະການກິດຈະການຊົນເຜົ່າແຫ່ງຊາດ

ແຫຼ່ງຂ່າວ: xxxວັນທີ: 2019-12-10

ບໍ່ດົນມານີ້, ຫ້ອງການຂອງຄະນະກໍາມະການກິດຈະການຊົນເຜົ່າແຫ່ງຊາດໄດ້ແຈ້ງການວ່າ ກ່ຽວກັບສ້າງຕັ້ງຂຶ້ນສູນການຄົ້ນຄວ້າປະເທດຕ່າງໆ ແລະ ພາກພື້ນຂອງໜຶ່ງແລວທາງໜຶ່ງເສັ້ນ ທາງຮອບທີສອງ(ເລກທີ[2019]74), ແລະ ໄດ້ປະກາດສູນການຄົ້ນຄ້ວາປະເທດຕ່າງໆ ແລະ ພາກພື້ນຂອງໜຶ່ງແລວທາງໜຶ່ງເສັ້ນທາງຮອບທີສອງ,ທັງໝົດມີໂຮງຮຽນ 10 ແຫ່ງ ສ້າງສູນຄົ້ນ ຄວ້າ 13 ແຫ່ງ. ໃນນັ້ນ,“ສູນການຄົ້ນຄວ້າຊົນເຜົ່າຂອງອາຊຽນ”ຂອງໂຮງຮຽນເຮົາໄດ້ຖືກຮັບ ຮອງ,ອັນນີ້ໝາຍຄວາມວ່າໂຮງຮຽນເຮົາໄດ້ມີເວທີສູງດ້ານຮັບໃຊ້"ໜຶ່ງແລວທາງໜຶ່ງເສັ້ນທາງ". ໂຮງຮຽນເຮົາຈະເນັ້ນໜັກການກໍ່ສ້າງຂອງສູນຄົ້ນຄວ້າປະເທດຕ່າງໆ ແລະ ພາກພື້ນ, ຕິດ ແໜ້ນກັບຄວາມຮຽກຮ້ອງຕ້ອງການທີ່ແທ້ຈິງຂອງການປະຕິຮູບ ແລະ ການພັດທະນາຂອງໂຮງ ຮຽນ,ເພີ່ມທະວີການຊີ້ນໍາດ້ານການເມືອງ ແລະ ວຽກງານ,ອໍານວຍການສະໜັບສະໜູນ ແລະ ຄ້ໍາປະກັນດ້ານງົບປະມານ, ເຮືອນເພື່ອເຮັດວຽກ, ອຸປະກອນ ແລະ ໂຄງລ່າງຕ່າງໆ, ສ້າງສູນຄົ້ນ ຄວ້າປະເທດ ແລະ ພາກພື້ນເປັນເວທີຕົວຈິງດ້ານການຄົ້ນຄວ້າວິທະຍາສາດ, ຊຸກຍູ້ໂຮງຮຽນຂະ ຫຍາຍຕົວທີ່ມີຄວາມໝາຍຕົວຈິງ ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງ, ວັດທະນະທໍາ-ມະນຸດ ແລະ ອື່ນໆ, ຕັ້ງໜ້າຈັດການແລກປ່ຽນ ແລະ ການຮ່ວມມືໃນການຄົ້ນຄວ້າ, ຢຶດໝັ້ນການຄົ້ນຄວ້າພືນ ຖານ ແລະ ການນໍາໃຊ້ໝາກຜົນການຄົ້ນຄວ້າສໍາຄັນອັນດຽວກັນ ເອົາໃຈໃສ່ການຫັນປຽນ ແລະ ການນໍາໃຊ້ໝາກຜົນການຄົ້ນຄວ້າ, ແລະ ເສີມຂະຫຍາຍພາລະບົດບາດຂອງສູນໃນການບໍລິໃຫ້ ຄໍາປຶກສາ, ການຄົ້ນຄວ້າວິທະຍາສາດ, ການບໍາລຸງບຸກຄະລາກອນ, ການແລກປ່ຽນສາກົນ ແລະ ອື່ນໆ.

Copyright: Guizhou Minzu University