ຂ່າວ

ໜັ້າຫຼັກ > ຂ່າວ

ຂ່າວ

ຄະນະຜູ້ແທນຮົງກາລີຢ້ຽມຢາມມະທາວິທະຍາໄລເຮົາ

ແຫຼ່ງຂ່າວ: xxxວັນທີ: 2019-11-28

ວັນທີ 28 ເດືອນຕຸລາ,ທ່ານSárfalvi Péter ຮອງເລຂາທິການຂອງກະຊວງຊັບພະຍາກອນມະນຸດພ້ອມດ້ວຍຄະນະມາຢ້ຽມຢາມໂຮງຮຽນເຮົາ,ແລະ ຈັດງານສົນທະນາຢູ່ຫ້ອງປະຊຸມຊັ້ນທີ່ໜຶ່ງອາຄານບໍລິຫານວິທະຍາເຂດເມືອງມະທາວິທະຍາໄລ. ມີນາງCaiBin, ປະທານສະມາຄົມການຄ້າໃນກຸ້ຍໂຈ່ວ ຂອງຮົງກາລີ ທ່ານ Magda Robert, ຫົວໜ້າພະແນກສາກົນຂອງມະຫາວິທະຍາໄລSt east(SZEN TISTVAN UNIVERSITY)ຮົງກາລີ,ທ່ານຈັ່ງເຊີຍລີ້(Zhang xueli),ເລຂາຄະນະພັກໂຮງຮຽນເຮົາເຂົ້າຮ່ວມ ແລະ ຜູ້ຮັບຜິດຊອບຂອງຄະນະ ແລະ ພະແນກຕ່າງໆໄດ້ຮ່ວມງານສົນທະນາ. ນາງເຈິ່ງລີ້(Zengli) ຫົວໜ້າຂອງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນຂອງໂຮງຮຽນເຮົາເປັນຜູ້ຈັດການ.

ສະຖາທີ່ປະຊຸມ

ທ່ານຈັ່ງເຊີຍລີ້(Zhang xueli),ເລຂາຄະນະພັກໂຮງຮຽນເຮົາຍິນດີຕ້ອນຮັບທ່ານSárfalvi Péter ຮອງເລຂາທິການຂອງກະຊວງຊັບພະຍາກອນມະນຸດພ້ອມ ດ້ວຍຄະນະມາຢ້ຽມຢາມໂຮງຮຽນເຮົາ,ແລະ ແນະນໍາສະພາບການຂອງໂຮງຮຽນເຮົາ,ໂດຍສະເພາະແມ່ນສະພາບການດໍາເນີນການແລກປ່ຽນ ແລະ ການຮ່ວມມືສາກົນ.ທ່ານຈັ່ງເຊີຍລີ້(Zhangxueli)ຊີ້ອອກວ່າ:ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ່ວ ເນັ້ນໜັກວຽນງານການແລກປ່ຽນ ແລະ ການຮ່ວມມືສາກົນ,ເອົາການສຶກສາຮ່ວມມືສາກົນເປັນໃຈກາງ,ເພິ່ງພາອາໄສເງື່ອນໄຂທີ່ດີຂອງໜຶ່ງແລວທາງໜຶ່ງເສັ້ນທາງເພີ່ມທະວີການສ້າງສາເວທີ ເປີດກວ້າງໂຄງຮ່າງປະກອບການສຶກສາໄຂປະຕູສູ່ ພາຍນອກຢ່າງບໍ່ຢຸດຢັ້ງ. ປີ 2018,ຄະນະມະນຸດສາດອາຊຽນເກາະປ້າຍ ແລະສ້າງຕັ້ງຂຶ້ນ ໃນເວລາຈັດ ອາທິດການແລກປ່ຽນດ້ານສຶກສາທິການຂອງອາຊຽນ·ຈີນ,ປີ 2019,ສູນຄົ້ນຄວ້າຊົນເຜົ້າອາຊຽນຂອງໂຮງຮຽນເຮົາໄດ້ຮັບການອະນຸຍາດ ສ້າງຕັ້ງຂຶ້ນສູນຄົ້ນຄວ້າປະເທດ ແລະ ພາກພື້ນໃນໜຶ່ງແລວທາງໜຶ່ງເສັ້ນທາງຈາກຄະນະກໍາມະການກິດຈະການແຫ່ງຊາດ.ໂຮງຮຽນເຮົາໄດ້ສ້າງສາຍພົວພັນການຮວ່ມມືກັບໂຮງຮຽນ 120 ກວ່າແຫ່ງຈາກປະເທດ ແລະ ພາກພື້ນ.

ທ່ານຈັ່ງເຊີຍລີ້(Zhang xueli)ເວົ້າວ່າ,ເດືອນ 11ໃນປີຜ່ານມາ,ເຄີຍນໍາພາຄະນະໄປຢ້ຽມຢາມຮົງກາລີ,ແລະໄດ້ປຶກສານໍາມະຫາວິທະຍາໄລເຕັກນິກ ແລະເສດຖະກິດບູດາແປດກ່ຽວກັບໂຄງການຮວ່ມມືພັດທະນາສຶກສາທິການ,ໂຄງການ ການແລກປ່ຽນນັກສຶກສາ,ການຢ້ຽມຢ້າມຂອງຄູບາອາຈານ ແລະ ໂຄງການການຝຶກອົບຮົມເປັນໄລຍະສັ້ນ, ໄດ້ເຊັນບົດບັນທຶກຮ່ວມມື, ເຊັນສັນຍາຮ່ວມມືກັບໂຮງຮຽນມັດທະຍົມGandhiກ່ຽວ ກັບຮັບສະໝັກນັກສຶກສາຈາກ ໂຮງຮຽນມັດທະຍົມ Gandhiມາໂຮງຮຽນເຮົາຮຽນ, ແລະ ໄດ້ປຶກສາວຽກງານການແລກປ່ຽນສິລະປະ.ກິດຈະກໍາການແລກປ່ຽນເຫຼົ່ານີ້ໄດ້ເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງໂຮງຮຽນເຮົາ ແລະ ໂຮງຮຽນຊັ້ນສູງ,ອົງການສຶກສາທິການຂອງຮົງກາລີ. ທ່ານຈັ່ງເຊີຍລີ້ (Zhang xueli)ສະແດງວ່າ:ມື້ນີ້ ຄະນະຜູ້ແທນຮົງກາລີມາຢ້ຽມຢາມໂຮງຮຽນເຮົາ,ມີຄວາມໝາຍອັນສໍາຄັນຫຼາຍດ້ານເພີ່ມທະວີມິດຕະພາບລະຫວ່າງຈີນ-ຮົງກາລີ,ເພີ່ມຕື່ມການຮ່ວມມື ແລະ ແລກປ່ຽນລະຫວ່າງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ່ວ ແລະ ໂຮງຮຽນຊັ້ນສູງກັບສະມາຄົມກຸ້ຍໂຈ່ວ, ຫວາງວ່າຈະເລິກເຊິ່ງການຮ່ວມມືກັບໂຮງຮຽນຊັ້ນສູງກັບສະມາຄົມກຸ້ຍໂຈ່ວຂອງຮົງກາລີ,ສ້າງອະນາຄົດອັນສົດໃສນໍາກັນ.

ທ່ານSárfalvi Péter ຮອງເລຂາທິການຂອງກະຊວງຊັບພະຍາກອນມະນຸດສະແດງໃຫ້ເຫັນວ່າ:ດີອົກດີໃຈຫຼາຍທີ່ມາຢ້ຽມຢາມມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ່ວ,ການແລກປ່ຽນ ແລະ ການຮວ່ມມືຄັ້ງນີ້ເປັນເບື້ອງຕົ້ນທີ່ດີ,ຫວາງວ່າການ ຮ່ວມມື ລະແວ່າງສອງຝ່າຍຈະໄດ້ສະຫງ່າງາມ.

ທ່ານຈັ່ງເຊີຍລີ້ກ່າວຄໍາປາໄສ

ທ່ານ Sárfalvi Péter ກ່າວຄໍາປາໄສ

ນາງ CaiBin ແນະນໍາສະພາບກ່ຽວຂ້ອງຂອງຄະນະຜູ້ແທນຮົງກາລີຫົວໜ້າພະແນກສາກົນຂອງມະຫາວິທະຍາໄລSt east(SZENT ISTVAN UNIVERSITY)ໄດ້ແລກປ່ຽນສັນຍາການຮ່ວມມື ກັບ ນາງເຈິ່ງລີ້(Zengli) ຫົວໜ້າຂອງຫ້ອງການ ແລກປ່ຽນ ແລະ ຮ່ວມມືສາກົນ.

ແລກປ່ຽນສັນຍາຮ່ວມມື

ສອງຝ່າຍເອົາບັນຫາການສຶກສາ ແລະ ການຄົ້ນຄວ້າວິທະຍາເປັນຫົວຂໍ້ດໍາເນີນງານສົນທະນາ, ການແລກປ່ຽນຈົບແລ້ວ, ຜູ້ແທນຂອງສອງຝ່າຍມອບຂອງຂວັນກັນ.

ແລກປ່ຽນຂອງຂວັນ

Copyright: Guizhou Minzu University