ຂ່າວ

ໜັ້າຫຼັກ > ຂ່າວ

ຂ່າວ

ຄະນະຜູ້ແທນໂຮງຮຽນຈົນບຸລີຂອງປະເທດໄທມາຢ້ຽມຢາມໂຮງຮຽນເຮົາ ແລະ ແລກປ່ຽນກັນ

ແຫຼ່ງຂ່າວ: xxxວັນທີ: 2019-12-10

ວັນທີ 11 ເດືອນຕຸລາ, ທ່ານ Steven Chana Kitikiatisak ອະທິການບໍ່ດີໂຮງຮຽນຈົນ ບຸລີ ທ່ານSupannee Vannapet ຮອງອະທິການບໍ່ດີພ້ອມດ້ວຍຄະນະມາຢ້ຽມຢາມໂຮງຮຽນ ເຮົາ, ໄດ້ຈັດງານສົນທະນາ ແລະ ແລກປ່ຽນກັນໃນຫ້ອງປະຊຸມທີ່ໜຶ່ງ ຢູ່ວິທະຍາດເຂດຫົວຊິ ຂອງໂຮງຮຽນເຮົາ, ນາງເວີຍຫວີ(Weiwei)ຮອງອະທິການບໍ່ດີຂອງມະຫາວິທະຍາໄລຊົນ ເຜົ່າກຸ້ຍໂຈ່ວ, ທ່ານຫຼີ້ຊຽນຈຸນ(Li xianjun)ຮອງເລຂາຄະນະພັກຂອງຄະນະອັກສອນສາດໄດ້ ເຂົ້າຮ່ວມ, ນາງເຈິ່ງລີ້(Zengli) ຫົວໜ້າຂອງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນ,ຄະນະ ບໍ່ດີຂອງຄະນະການສຶກສາສາກົນເປັນຜູ້ຈັດການ.

ພາກສະໜາມກອງປະຊຸມ

ນາງເວີຍຫວີ ແລກປ່ຽນນາມບັດກັບທ່ານSteven Chana Kitikiatisak

ນາງເຈິ່ງລີ້ເປັນຜູ້ຈັດການ

ນາງເຈິ່ງລີ້ຕ້ອນຮັບທ່ານ teven Chana Kitikiatisakພ້ອມດ້ວຍຄະນະມາຢ້ຽມຢາມໂຮງ ຮຽນເຮົາ, ແລະ ໄດ້ແນະນໍາສະພາບການພື້ນຖານຂອງໂຮງຮຽນ ແລະ ສະພາບການທີ່ໂຮງ ຮຽນເຮົາການແລກປ່ຽນ ແລະ ການຮ່ວມມືຕ່າງປະເທດໂດຍຫຍໍ້.

ທ່ານ Steven Chana Kitikiatisak ກ່າວຄໍາປາໄສ

ທ່ານ Steven Chana Kitikiatisak ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບ ຂອງໂຮງຮຽນເຮົາ.ເພີ່ນໄດ້ແນະນໍາສະພາບການຂອງໂຮງຮຽນຈົນບຸລີໂດຍຫຍໍ້, ແລະ ສະແດງ ວ່າ ພ້ອມການພັດທະນາຂອງໜຶ່ງແລວທາງໜຶ່ງເສັ້ນທາງ, ການແລກປ່ຽນດ້ານເສດຖະກິດລະ ຫວ່າງປະເທດໄທ ແລະ ຈີນຈະນັບມື້ນັບແໜ້ນແຟ້ນຂຶ້ນ, ຄວາມຕ້ອງການຕໍ່ບຸກຄະລາກອນທີ່ຮູ້ ພາສາຈີນຈະເພີ່ມຕື່ມຂຶ້ນ, ແລະ ຫວາງວ່າສືບຕໍ່ເລິກເຊິ່ງ ການຮວ່ມມືລະຫວ່າງໂຮງຮຽນສອງ ແຫ່ງສາມາດໄດ້ໝາກຜົນອັນດີເດັ່ນດ້ານການຮວ່ມມື. ທ່ານຫຼີ້ຊຽນຈຸນ ໄດ້ແນະນໍາສະພາບການ ລວມຂອງຄະນະອັກສອນສາດ ແລະ ສະພາບການຂອງນັກສຶກສາໄທທີ່ຮຽນຢູ່ຄະນະອັກສອນ ສາດ.

Supannee Vannapet ກ່າວຄໍາປາໄສ

ປີກາຍນີ້ ໃນອາທິດການແລກປ່ຽນດານການສຶກສາອາຊຽນ,ໂຮງຮຽນເຮົາໄດ້ຮັບຜິດຊອບ ຈັດກິດຈະກໍາຄ່າຍພັກຮ້ອນ, ແລະ ທ່ານ Steven Chana Kitikiatisakໄດ້ນໍາ ຄະນະຜູ້ແທນຄ່າຍພັກຮ້ອນເຂົ້າຮ່ວມກິດຈະກໍາຂອງໂຮງຮຽນເຮົາ,ແລະ ຕີລາຄາສູງຕໍ່ຄຸນນະ ພາບ ແລະ ຜົນສໍາເລັດການສອນຂອງໂຮງຮຽນເຮົາ, ແລ້ວໄດ້ເຊັນສັນຍາການຮວ່ມມືກັບໂຮງ ຮຽນເຮົາ. ປີກາຍ ໂຮງຮຽນເຮົາໄດ້ຈັດສົ່ງນັກສຶກສາທີ່ຮຽນວິຊາສະເພາະການສຶກສາພາສາຈີນ ສາກົນ10 ຄົນໄປໂຮງຮຽນຮວ່ມມືຝຶກງານ, ເດືອນມັງກອນໃນປີນີ້, ຈັດສົ່ງນັກສຶກສາອີກ 6 ຄົນ ໄປຝຶກງານ. ຜ່ານການຝຶກງານ ແລະ ການຮຽນ, ຄວາມສາມາດການສອນຂອງນັກສຶກສາໄດ້ ຮັບຍົກສູງຂຶ້ນ, ແລະ ເຮັດໃຫ້ນັກສຶກສາເປີດຫູເປີດຕາ, ເພີ່ມທະວີຄວາມອາດສາມາດດ້ານການ ແລກປ່ຽນຂ້າມວັດທະນະທໍາຕ່າງໆ.

ສອງຝ່າຍໄດ້ປຶກສາກັນຢ່າງເລິກເຊິ່ງ ກ່ຽວກັບການຮ່ວມມືລະຫວ່າງໂຮງຮຽນສອງແຫ່ງ, ແລະ ມີຄວາມເຫັນຢ່າງເອກກະພາບກັນດ້ານໂຄງການສ້າງຕັ້ງແຫຼ່ງຝຶກງານຕ່າງປະເທດ, ຮັບ ສະໝັກນັກສຶກສາໂຮງຮຽນເຮົາໄປເຮັດວຽກຢູ່ໂຮງຮຽນຈົນບຸລີ ແລະ ອື່ນໆ.

ຖ່າຍຮູບລວມ

Copyright: Guizhou Minzu University